ກ່ຽວກັບບໍລິສັດ

ສູນ ເອອີເຄ ໄອທີ ຄອມພິວເຕີ ໄດ້ສ້າງຕັ້ງຂື້ນໃນວັນທີ 9 ເດືອນ ກັນຍາ ປີ 2001 ເຊີ່ງມີເປົ້າໝາຍເພື່ອ ຕອບສະໜອງ ໃຫ້ແກ່ການຕາມທິດຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ຄ່ຽງຄູ່ກັນນັ້ນ ພວກເຮົາໄດ້ສົ່ງເສີມ ແລະ ພັດທະນາຊັບ ພະຍາກອນມະນຸດ ໃນ ສປປ ລາວ ເຊີ່ງເປັນປັດໃຈສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມ. ສູນ ເອອີເຄ ໄອທີ ຄອມພິວເຕີ ເຊີ່ງເປັນສູນຂອງຄົນລາວ ທີ່ດຳເນີນທຸລະກິດ ດ້ານໄອຊີທີ ທີ່ຖືກຕ້ອງຕາມກົດໝາຍ ຢູ່ໃນ ສປປ ລາວ ຍັງມີປະສົບການ ແລະ ຜົນງານເຊັ່ນ: ການພັດທະນາຊອຟແວ, ເວັບໄຊທ໌, ໂປຼແກຼມຄອມພິວເຕີ ການສ້າງຖານຂໍ້ມູນ, ລະບົບ ເຄື່ອຂ່າຍ, ແລະ ຈຳໜ່າຍ ອຸປະກອນ ເຄື່ອງ ອີເລັກໂທຼນິກຄົບວົງຈອນ ສູນ ເອອີເຄ ມີ​ຄວາມ​ຕັ້ງ​ໃຈ​ກ້າວ​ຂຶ້ນ​ເປັນສູນດ້ານພັດທະນາໄອທີຊີຊັ້ນ ນຳແຫ່ງໜຶ່ງໃນ ສປປ ລາວ ທີ່ມີມາດຕະຖານທາງວິຊາການໃນລະດັບສາກົນ, ຄົ້ນຄວ້າ ແລະ ຝຶກອົບຮົມ ທີ່ມີຄຸນນະພາບ ໃຫ້ແກ່ສັງຄົມ ແລະ ສ້າງສາຍພົວພັນ ການຮ່ວມມືທາງວິຊາການ ກັບສະຖາບັນດ້ານ ໄອທີສາກົນ. ເພື່ອ​ເປັນ​ການຜັນ​ຂະຫຍາຍ​ນະ​ໂຍບາຍ​ຂອງ​ລັດຖະບານ​ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ສົ່ງເສີມໃຫ້ສັງຄົມນໍາໃຊ້ ໄອທີ ຢ່າງກວ້າງຂວາງ ​ແລະ ມີ​ປະສິດ​ທິຜົນສູງ, ສູນ​ເອອີ​ເຄ ຈຶ່ງ​ໄດ້​ພັດທະນາ​ລະບົບ​ເຕັກ​ໂນ​ໂລ​ຊີ​ກະ​ເປົາ​ເງິນ​​ເອ​ເລັກ​​ໂຕຣນິກ  iCredit ຂຶ້ນ​ມາ ຮັບ​ໃຊ້​ສັງຄົມ​ ແນ​ໃສ່​ໃຫ້​ຜູ້​ທີ່​ເຂົ້າ​ຮ່ວມ​ໂຄງການ​ໄດ້​ຮັບຄວາມ​ສະດວກ​ສະບາຍ, ວ່ອງ​ໄວ ປອດ​ໄພ ​ແລະ ທັນ​ສະ​ໄໝ. iCredit ​ເປັນ​ອີກ​ທາງ​ເລືອກ​ໜຶ່ງ​ໃນ​ການ​ໃຊ້​ຈ່າຍ​ຂອງ​ຜູ້​ທີ່​ເຂົ້າ​ຮ່ວມ​ໂຄງການ ​ແລະ ຍັງ​ເປັນ​ທຸລະ​ກິດ​ແຟຣນ​ໄຊສ ທີ່​ທຸກ​ຄົນ​ສາມາດ​​ເປັນ​ເຈົ້າ​ຂອງ ​ເພື່ອ​ສ້າງ​ລາຍ​ໄດ້​ເສີມ​ໃຫ້​ແກ່ຕົນ​ເອງ​ ແລະ​ຄອບຄົວ​. ບໍລິສັດ AEK ຫວັງ​ຢ່າງ​ແຮງ​ກ້າ​ວ່າ​​ ເຕັກ​ໂນ​ໂລ​ຊີ iCredit ​ນີ້ ຈະ​ຮ່ວມ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​-ສັງຄົມຂອງ​ຊາດ ຊ່ວຍ​ໃຫ້​ປະຊາຊົນ​ລາວ​ລຸດພົ້ນ​ຈາກ​ຄວາມທຸກ​ຈົນ​​ໃນ​ປີ 2020.